ເອດີຍີ ຄາດເສດຖະກິດລາວປີນີ້ຈະຂະຫຍາຍຕົວ 6,5%

ທະນາຄານພັດທະນາອາຊີຄາດຄະເນວ່າອັດຕາການຂະຫຍາຍຂອງເສດຖະກິດລາວໃນປີນີ້ ແລະປີໜ້າຍັງຄົງຈະສືບຕໍ່ຂະຫຍາຍຕົວຢ່າງແຂງແຮງລະດັບ 6,5% ຍ້ອນການຟື້ນຕົວຂອງການຜະລິດກະສິກຳ ແລະການເຕີບໂຕໃນຂະແໜງພະລັງງານໄຟຟ້າບອກກັບກໍ່ສ້າງ ແລະບໍລິການທີ່ຕິດພັນກັບການທ່ອງທ່ຽວ.

ຢຶດຊີ້ນໝູລັກລອບນຳເຂົ້າ 170 ກວ່າກິໂລ

    ໃນໄລຍະຜ່ານມາ, ໄດ້ເກີດມີການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດເພື່ອນບ້ານເປັນຕົ້ນແມ່ນ ຈີນ ແລະ ຫວຽດນາມ, ຕໍ່ສະພາບການດັ່ງກ່າວ, ການນໍາຂອງແຂວງສະຫວັນນະເຂດ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ລົງຕິດຕາມກວດສອບຕາມເຂດຊາຍແດນທີ່ມີຄວາມສ່ຽງໃນການນໍາເຂົ້າ ແລະລັກລອບນໍາເຂົ້າໝູທີ່ອາດຈະນໍາເຊື້ອພະຍາດດັ່ງກ່າວເຂົ້າມາແຜ່ລະບາດພາຍໃນປະເທດຂອງເຮົາ.

ພົບສານປົນເປື້ອນໃນຳືດຜັກຢູ່ຕະຫຼາດສະຫວັນໄຊ

ພະແນກກະສິກໍາ ແລະປ່າໄມ້ແຂວງສະຫວັນນະເຂດ, ສາທາລະນະສຸກແຂວງ, ອຸດສາຫະກໍາ ແລະການຄ້າແຂວງໂດຍຮ່ວມກັນລົງກວດກາ ແລະວິໄຈກັບທີ່ຕໍ່ ພືດຜັກ-ໝາກໄມ້ທີ່ນໍາມາຂາຍທີ່ຕະຫຼາດສະຫວັນໄຊອັນເປັນພືດທີ່ປະຊາຊົນປູກພາຍໃນແຕ່ລະທ້ອງຖິ່ນ ແລະ ນໍາເຂົ້າຈາກປະເທດເພື່ອນບ້ານໃນວັນທີ 22 ມີນາ 2019 ປາກົດວ່າພົບສານປົນເປື້ອນໃນລະດັບທີ່ບໍ່ປອດໄພໃນພືດຜັກໝາກໄມ້ທີ່ປະຊາຊົນໃນທ້ອງຖິ່ນປູກ, ສ່ວນອາຫານແຊ່ແຂງທີ່ນຳເຂົ້າແມ່ນສາມາດບໍລິ ໂພກໄດ້.

ເມືອງບົວລະພາ ທຳລາຍສິນຄ້າໝົດອາຍຸ

 ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້  ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ຂອງຂະແໜງອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ.

ຫຼາຍແຂວງເລີ່ມເຂັ້ມງວດກວດຄຸນນະພາບ ແລະ ລາຄາສິນຄ້າກ່ອນຮອກປີໃໝ່

 ປະຈຸບັນພາກສ່ວນກ່ຽວຂ້ອງຂອງແຂວງເຊກອງ ແລະແຂວງອັດຕະປື ເລີ່ມເຂັ້ມງວດລົງກວດຄຸນນະພາບ ແລະລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງຂອງຕົນທັງນີ້ກໍເພື່ອເປັນການປົກປ້ອງຜົນປະໂຫຍດຂອງປະຊາຊົນຜູ້ຊົມໃຊ້ໃຫ້ໄດ້ຊື້ສິນຄ້າທີ່ມີຄຸນນະພາບ ແລະລາຄາສົມເຫດສົມຜົນແຕ່ນີ້ຫາບຸນປີໃໝ່ລາວ .

ຍົກລະດັບນັກພາກຮູບເງົາ

    ວັນທີ 29 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ກົມຮູບເງົາ, ກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວໄດ້ຈັດພິທີເປີດຊຸດຝຶກອົບຮົມນັກພາກຮູບ ເງົາໄລຍະສັ້ນພາຍໃຕ້ການເປັນປະທານຂອງທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ, ມີບັນດາຫົວໜ້າກົມ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າອໍານວຍການຫົວໜ່ວຍຜະລິດຮູບເງົາ, ນັກຝຶກອົບຮົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ລາວ-ຈີນ ເພີ່ມທະວີການຮ່ວມມືສອງຝ່າຍ

  ວັນທີ 24 ມີນາ 2019, ທີ່ນະຄອນຫຼວງພະບາງ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບ ທ່ານ ຄົ້ງ ສວນໂຢ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ມີນາ 2019,

ກັກຕົວຜູ້ຄ້າ-ຂາຍຢາເສບຕິດຢຶດຂອງກາງຢາບ້າ 45 ມັດ

ເຈົ້າໜ້າທີ່ຕຳຫຼວດ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດກັກຕົວຜູ້ຄ້າ-ຂາຍ ຢາເສບຕິດ 1 ຄົນ ພ້ອມຢຶດຂອງກາງຢາບ້າໄດ້ 45 ມັດ, ເທົ່າກັບ 90 ພັນເມັດ ໄດ້ໃນວັນທີ 19 ມີນາ 2019.

ຢືນຢັນພະຍາດອະຫິວາໝູອາຟຣິກາບໍ່ສາມາດຕິດຕໍ່ໃສ່ຄົນໄດ້

    ຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ເປີດເຜີຍວ່າເວລານີ້ເຖິງຈະມີກະແສຂ່າວກ່ຽວກັບພະຍາດອະຫິວາໝູອາຟຣິກາ ລະບາດຢູ່ປະເທດໃກ້ຄຽງກໍຕາມແຕ່ຈຳນວນການບໍລິການຂ້າສັດຢູ່ໂຮງງານດອນດູ່ຂອງບໍລິສັດໂດຍສະເພາະແມ່ນໝູແມ່ນຍັງມີຕົວເລກເພີ່ມຂຶ້ນຕາມຄວາມຕ້ອງການຂອງຜູ້ບໍລິໂພກທັງນີ້ໂຮງງານໄດ້ເນັ້ນເປັນພິເສດເລື່ອງຄວາມສະອາດຂະນະທີ່ຢືນຢັນຕາມຫຼັກວິຊາການພະຍາດດັ່ງກ່າວແມ່ນບໍ່ສາມາດຕິດຕໍ່ສູ່ຄົນໄດ້.

ກອງບັນຊາການ ປກສ ເມືອງເຟືອງສະຫຼຸບວຽກງານປະຈຳປີ

     ໃນອາທິດຜ່ານມານີ້ທີ່ສະໂມສອນ ປກສ ເມືອງເຟືອງໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳປີ 2018 ແລະທິດທາງແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ພັທ ອຳພອນ ຄຳມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງເຟືອງ, ມີທ່ານ ຄໍາເພັດ ຈັນຊົມພູ ຮອງເຈົ້າເມືອງໆເຟືອງ, ທ່ານ ພັທ ຈະເລີນ ເລີດມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງບັນຊາການ ປກສ ເມືອງເຟືອງເຂົ້າຮ່ວມຢ່າງພ້ອມພຽງ.