ນິຄອນດີ 780 ລາຄາບໍດີ້ເລີ່ມຕົ້ນ ທີ່ 2.516,12 ໂດລາ

 ເປີດລາລາຄາໃນປະເທດ ໄທຢ່າງເປັນທາງການກັບ Nikon D780 ກ້ອງຟູລເຟຣມດິເອສເອລ ອາຣລະດັບກາງ ໂດຍລາຄາເລີ່ມ ຕົ້ນທີ່ 78 ພັນບາດປະມານ 2.516,12 ໂດລາສະຫະລັດ ເລີ່ມວາງຈຳ ໜ່າຍໃນວັນທີ 24 ກຸມພາ 2020. ລາຄາ Nikon D780 ຢ່າງ ເປັນທາງການ.

ສ່ອງໂປຣໂມຊັນໄອໂຟນໃນງານໄທແລນໂມບາຍ ເອັຊໂປ 2020 ລາຄາຖືກ

 ເລີ່ມຕົ້ນກັນແລ້ວສຳລັບ ງານ Thailand Mobile Expo 2020 ທີ່ຈັດຂຶ້ນລະຫວ່າງວັນທີ 30 ມັງກອນ-2 ກຸມພາ ຫຼາຍຄ່າຍ ກໍນຳເອົາມືຖືທີ່ຫຼຸດລາຄາ ແລະໂປຣ ໂມຊັນທີ່ນ່າສົນໃຈມາໃຫ້ຢ່າງຫຼວງຫຼາຍແຕ່ລຸ້ນນີ້ຈະເປັນແນວໃດມາ ເບິ່ງນຳກັນ.

ອຸປະກອນສວມໃສ່ຂອງແອັບເປິ້ນໄຕມາດທຳອິດຂາຍດີ ແຊງໜ້າແມັກແລ້ວ

 ໜຶ່ງໃນປະເດັນທີ່ໜ້າສົນ ໃຈລະຫວ່າງການເປີດເຜີຍຜົນປະ ກອບການໃນໄຕມາດ 1 ປີ 2020 ຂອງ Apple ຄືຕົວເລກຍອດຂາຍຂອງໝວດອຸປະກອນໄອທີສວມໃສ່ (Wearable) ຊຶ່ງປະກອບມີ AirPods, Apple Watch ລວມທັງຫູຟັງ Beats ແລະHomePod ນັ້ນສ້າງລາຍ ໄດ້ເປັນສະຖິຕິໃໝ່ສາມາດ

ຍີ່ປຸ່ນຈັດຕັ້ງໜ່ວຍອາວະກາດຮັບມືໄພຄຸກຄາມ ຈາກເຕັກໂນໂລຊີອາວະກາດ

 ນາຍົກລັດຖະມົນຕີຍີ່ປຸ່ນຊິນ ໂຊອາເບະປະກາດວ່າຍີ່ປຸ່ນຈະຈັດ ຕັ້ງໜ່ວຍປ້ອງກັນອາວະກາດເພື່ອປ້ອງກັນປະເທດຈາກໄພຄຸກຄາມຕ່າງໆໃນຊ່ວງທີ່ປະເທດຕ່າງໆກຳ ລັງພັດທະນາຂີປະນາວຸດ ແລະເຕັກ ໂນໂລຊີດ້ານອາວະກາດສະໄໝໃໝ່ກັນຢ່າງຄຶກຄັກ.

ເປີດຈຳໜ່າຍຊຳຊຸງກາແລັກຊີ້ເອສ 10 ໄລຕ ໃນປະເທດອິນເດຍ

ຫຼັງຈາກເຜີຍໂສມ ແລະໃຫ້ ສຳຜັດກັນໃນງານ CES 2020 ກັນໄປແລ້ວຄື  Galaxy S10 Lite ແລະNote10 Lite ຕອນນີ້ກໍໄດ້ ເວລາວາງຈຳໜ່າຍໃນແຕ່ລະພາກພື້ນຫຼ້າສຸດໃນປະເທດອິນເດຍກໍມີ ການເຄາະລາຄາມືຖືລຸ້ນນີ້ອອກມາ.

ໄອໂຟນ 9 ຈະເລີ່ມຜະລິດໃນເດືອນກຸມພາ ແລະເປີດໂຕໃນເດືອນມີນາ 2020

 ຖືວ່າເປັນຂ່າວດີສຳລັບຄົນທີ່ລໍຄອຍການມາຂອງ iPhone 9 ຊຶ່ງເປັນມືຖືທີ່ຄາດວ່າຈະເປັນລຸ້ນທີ່ມີລາຄາຖືກທີ່ສຸດຂອງ iPhone ໃນປີ 2020 ຫຼ້າສຸດມີຂ່າວຈາກ ໂຮງງານອອກມາວ່າມືຖືລຸ້ນນີ້ກຳລັງຈະເຂົ້າສູ່ການຜະລິດຂອງ Foxxcon ແລ້ວໃນເດືອນກຸມພາ ທີ່ຈະເຖິງນີ້.

ເຜີຍພາບຊຳຊຸງກາແລັກຊ້ີ ເອສ 20+ ຂອງແທ້ທັງພາບ ແລະຄລິບ

 ອີກບໍ່ທໍ່ໃດວັນນັບຈາກນີ້ ເຮົາກໍຈະໄດ້ເຫັນຮູບຮ່າງໜ້າຕາດິ ໄຊໃໝ່ຂອງ Samsung Galaxy S20 ຢ່າງເປັນທາງການໃນວັນທີ 11 ກຸມພານີ້ ແຕ່ຕອນນີ້ກັບມີສື່ ຕ່າງປະເທດໄດ້ນຳເຄື່ອງ Sam sung Galaxy S20+ ອອກມາ ຣີວິວໃຫ້ໄດ້ເຫັນກັນແລ້ວ.

ໂຕໂຢຕ້າລົງທຶນ 394 ລ້ານໂດລາ ພັດທະນາລົດບິນໄດ້

ໂຕໂຢຕ້າບໍລິສັດລົດຂະ ໜາດໃຫຍ່ຂອງຍີ່ປຸ່ນປະກາດລົງ ທຶນຫຼາຍກວ່າ 394 ລ້ານໂດລາສະຫະລັດພັດທະນາລົດພະລັງງານ ໄຟຟ້າບິນໄດ້ສຳລັບໃຫ້ບໍລິການຂົນສົ່ງທາງອາກາດທີ່ໄວງຽບ ແລະ ປະຢັດ.

ວາຍຟາຍ 6 ຫົວເຫວີ່ຍມີສ່ວນແບ່ງຕະຫຼາດ ເປັນອັນດັບໜຶ່ງທົ່ວໂລກ

ຫົວເຫວີ່ຍຄອງສ່ວນແບ່ງ ຕະຫຼາດ Wi-Fi 6 ເປັນອັນດັບໜຶ່ງ ຂອງໂລກ (ລວມຕະຫຼາດອາເມ ລິກາເໜືອ) ລາຍງານຈາກຂໍ້ມູນສ່ວນແບ່ງຕະຫຼາດອຸປະກອນກະຈາຍສັນຍານ Access point ແບບໃຊ້ງານພາຍໃນອາຄານລຸ້ນ Wi-Fi 6 ທົ່ວໂລກທີ່ຈັດທຳໂດຍ ເດລໂອໂຣກຣຸບ (Dell’Oro Group) ຜູ້

ລັດຖະມົນຕີເຢຍລະມັນກ່າວການຫ້າມຫົວເຫວີຍ ອາດເຮັດໃຫ້ການໃຊ້ 5ຈີ ຊ້າເຖິງ 10 ປີີ

 ລັດຖະບານອາເມລິກາ ຕ້ອງການໃຫ້ປະເທດເພື່ອນບ້ານ ຊາດຕ່າງໆຫ້າມໃຊ້ຫົວເຫວີຍລວມ ທັງເຕັກໂນໂລຊີ 5ຈີ ຕ່າງໆຂອງ ບໍລິສັດແຕ່ເບິ່ງແລ້ວເຢຍລະມັນ ຈະບໍ່ເຫັນດີນຳ ແລະຍັງຄົງເລືອກ ໃຊ້ອຸປະກອນ 5ຈີ ຂອງຫົວເຫວີຍ ຕໍ່ໄປ.